Related items
Showing items related by metadata.
-
Technical bookປື້ມແຜນທີ່ພູມອາກາດ ແລະ ອຸຕຸກະເສດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 2022
Also available in:
ປຶ້ມແຜນທີ່ສະບັບນີ້ ແມ່ນການສຶກສາສະພາບອາກາດ ແລະ ສະພາບອາກາດທາງກະສິກໍາ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄລຍະ 1990-2019 ໂດຍອີງໃສ່ຂໍ້ມູນການສັງເກດການໃນໄລຍະຍາວທີ່ມີຄວາມລະອຽດສູງ. ມັນໄດ້ຖືເປັນຜົນຜະລິດສ່ວນໜຶ່ງຂອງໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ເພື່ອແນໃສ່ສະໜັບສະໜູນການບັນລຸເປົ້າໝາຍບູລິມະສິດຂອງລັດຖະບານລາວ, ທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 (2021-2025). ກົມອຸຕຸນິຍົມ ແລະ ອຸທົກກະສາດ (ກອຕທ) ເປັນອັງການຫຼັກທີ່ຮັບຜິດຊອບຖານຂໍ້ມູນສະພາບອາກາດແຫ່ງຊາດ ແລະ ຜະລິດສະຖິຕິສະພາບອາກາດ. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ຍັງໄດ້ສະໜອງຄວາມຊຳນານໃນການນຳໃຊ້ເຕັກໂນໂລຊີທີ່ມີຄວາມລະອຽດຂັ້ນສູງ. ປຶ້ມແຜນທີ່ສະບັບນີ້ນໍາສະເຫນີຜົນໄດ້ຮັບຂອງວຽກງານທີ່ດໍາເນີນໂດຍອົງການຈັດຕັ້ງເຫຼົ່ານີ້. ຂໍ້ມູນດັ່ງກ່າວອະທິບາຍລະອຽດກ່ຽວກັບສະພາບອາກາດຂອງປະເທດ ແລະ ວີທີການທີ່ອາກາດມີການປ່ຽນແປງໃນໄລຍະ 30 ປີຜ່ານມາ. -
Brochureແຜນທີ່ເຂດພື້ນທີ່ການດໍາລົງຊີວິດ ແລະ ຄວາມສາມາດໃນການປັບຕົວຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພາກສ່ວນໜຶ່ງຂອງລະບົບການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ (LRIMS)
2021Also available in:
ເອກະສານສະບັບດັ່ງກ່າວເປັນການນໍາສະເຫນີກິດຈະກຳຂອງອົງປະກອບທີສອງຂອງໂຄງການ “ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ຈັດຂຶ້ນໂດຍການຮ່ວມມືກັບສູນສາກົນເພື່ອການກະເສດເຂດຮ້ອນ (CIAT) ໂຄງການ De Risk (ນຳໃຊ້ການຄາດຄະເນດິນຟ້າອາກາດຕາມລະດູການ ແລະ ວິທີການແກ້ໄຂປະກັນໄພແບບນະວັດຕະກຳໃຫມ່ ໃນການຄຸ້ມຄອງຄວາມສ່ຽງດ້ານສະພາບອາກາດໃນຂະແໜງກະສິກຳ ຢູ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ພາຍໃຕ້ກະຊວງກະສິກຳ (ກປມ) ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ຜະລິດຊຸດຂໍ້ມູນການດຳລົງຊີວິດແຫ່ງຊາດ ແລະຄວາມສາມາດໃນການປັບຕົວຄັ້ງທຳອິດໃນປະເທດ. ມັນໄດ້ຖືກສ້າງຂື້ນໂດຍໃຊ້ວິທີການໃໝ່ໆ ໃນການລວມເອົາການສ້າງແຜນທີ່ແບບມີສ່ວນຮ່ວມ, ແລະ ການຮັກສາຂໍ້ມູນທີ່ມີຄວາມກ້າວຫນ້າ/ທັນສະໄຫມ ແລະ ແມ່ນທັງສອງ, ດ້ານມາດຕະຖານເຕັກນິກ ແລະ ນະວັດຕະກຳດ້ານວິທະຍາສາດ, ທັນສະໄຫມ. ດ້ວຍການຮ່ວມມືຂອງທີມງານຂັ້ນເມືອງ ແລະ ແຂວງຫລາຍກວ່າ 300 ຄົນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນປະເທດທຳອິດໃນຂັ້ນເສດຖະກິດທີ່ຜະລິດແຜນທີ່ປະເພດນີ້. ທີມງານແຫ່ງຊາດໃນປັດຈຸບັນສາມາດຈັດການການຜະລິດ ແລະ ການພັດທະນາຕໍ່ໄປຂອງຜົນຜະລິດທີ່ມີຄຸນນະພາບສູງຢ່າງອິດສະຫຼະ. -
Corporate general interestຂໍ້ມູນລະບົບອາຫານ - ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ການເລັ່ງລັດການຫັນໄປສູ່ລະບົບອາຫານທີ່ຍືນຍົງ ແລະ ກວມລວມ
2022Also available in:
ລະບົບອາຫານເຊື່ອມໂຍງຢ່າງໃກ້ຊິດກັບຊີວິດຂອງພວກເຮົາ - ຜ່ານອາຫານທີ່ພວກເຮົາກິນ, ໂພຊະນາການ ແລະ ສຸຂະພາບ, ການດໍາລົງຊີວິດ, ວຽກເຮັດງານທໍາ, ແລະ ສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດຂອງໂລກ. ສິ່ງທ້າທາຍຕົ້ນຕໍຂອງລະບົບອາຫານແມ່ນການຜະລິດອາຫານທີ່ມີໂພຊະນາການສໍາລັບທຸກຄົນ ໃນຂະນະທີ່ຮັກສາຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ສິ່ງແວດລ້ອມ ແລະ ຮັບປະກັນກະຈາຍຄວາມຮັ່ງມີໃຫ້ເທົ່າທຽມກັນ. ບົດລາຍງານລະບົບອາຫານສະບັບນີ້ ສະເໜີພາບລວມຂອງບັນຫາທີ່ສຳຄັນທີ່ພົວພັນກັບລະບົບອາຫານໃນ ສປປລາວ ແລະ ຊີ້ໃຫ້ເຫັນເຖິງວິທີແກ້ໄຂເພື່ອການຫັນປ່ຽນແບບຍືນຍົງ ແລະ ກວມລວມ. ມັນແມ່ນຜົນຂອງການວິເຄາະລະບົບ ແລະ ການປຶກສາຫາລືຂອງຜູ້ມີສ່ວນກ່ຽວຂ້ອງໃນ ສປປລາວ ເຊິ່ງເປັນສ່ວນຫນຶ່ງຂອງການປະເມີນໃນຫົວຂໍ້ດຽວກັນໃນລະດັບໂລກ ເຊິ່ງເກີດຂື້ນໃນຫຼາຍກວ່າ 50 ປະເທດ, ປະຕິບັດຕາມຂໍ້ລິເລີ່ມຮ່ວມກັນລະຫວ່າງ EU, FAO ແລະ CIRAD ເຊິ່ງມີຈຸດປະສົງເພື່ອຊຸກຍູ້ການຫັນປ່ຽນສູ້ລະບົບອາຫານທີ່ຍືນຍົງ ແລະ ກວມລວມ.
Users also downloaded
Showing related downloaded files
No results found.